ມອບ-ໂອນ ລັດວິສາຫະກິດການຄ້າໄປຂຶ້ນກັບກະຊວງປ້ອງກັນປະເທດ
ໃນວັນທີ 14 ມີນາ 2023 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບ-ໂອນ ລັດວິສາຫະກິດການຄ້າຂາອອກ-ຂາເຂົ້າກອງທັບ ຈາກກົມໃຫຍ່ພະລາທິ
ການກອງທັບ ໄປໃຫ້ກະຊວງປ້ອງກັນປະເທດຄຸ້ມຄອງໂດຍກົງ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ສະຫາຍພົນຕີ ວົງຄຳ ພົມມະກອນ ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ສະຫາຍພົນຈັດຕະວາ ເດືອນສະຫວັນ
ສາຍພິມຄຳປະທຸມ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາຕາງໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ກົມເສດຖະກິດ, ຫ້ອງການ, ຄະ
ນະອຳນວຍການລັດວິສາຫະກິດການຄ້າຂາອອກ-ຂາເຂົ້າ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນເອກ ສາຍຄຳ ບົວທອງທິບ ຮອງຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປະເທດ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນ ປະເທດ ວ່າດ້ວຍການມອບ-ໂອນ ລັດວິສາຫະກິດການຄ້າຂາອອກ-ຂາເຂົ້າກອງທັບ, ອີງຕາມທິດຊີ້ນຳຂອງຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຄັ້ງ ວັນທີ 19/01/2023 ຕໍ່ກັບບົດລາຍງານຂອງກົມເສດຖະກິດ ກະຊວງປ້ອງກັນປະເທດ ອີງຕາມໜັງສືສະເໜີຂອງກົມໃຫຍ່ພະລາທິການກອງທັບ ອີງຕາມ ບົດບັນ ທຶກການລົງເກັບກຳຂໍ້ມູນຮອບດ້ານຂອງລັດວິສາຫະກິດການຄ້າຂາອອກ-ຂາເຂົ້າກອງທັບສະບັບລົງວັນທີ 05/01/2023, ລັດຖະມົນຕີກະຊວງ ປ້ອງກັນປະເທດຕົກລົງ, ເຫັນດີມອບ-ໂອນລັດວິສາຫະກິດການຄ້າຂາອອກ-ຂາເຂົ້າກອງທັບ ຈາກກົມໃຫຍ່ພະລາທິການກອງທັບ ໃຫ້ຂຶ້ນກັບການຄຸ້ມຄອງ ຂອງກະຊວງປ້ອງກັນປະເທດ.
ຈາກນັ້ນ, ທັງສອງຝ່າຍໄດ້ລົງລາຍເຊັນບົດບັນທຶກການມອບ-ໂອນລະຫວ່າງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ເຈົ້າຂອງລັດວິສາຫະກິດຜູ້ເກົ່າ ແລະ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເຈົ້າຂອງ ລັດວິສາຫະກິດການຄ້າຂາອອກ-ຂາເຂົ້າກອງທັບຜູ່ໃໝ່.
ແຫຼ່ງທີ່ມາ:ຄຳປະສົງ ລາດຊະວົງ
ວັນທີ 16/03/2023